The Multipurpose Senior Services Program May be the Answer to Staying at Home Rather than Going to a Nursing Home
The Multipurpose Senior Services Program May be the Answer to Staying at Home Rather than Going to a Nursing Home
ໂຄງການບໍລິການອາວຸໂສອະເນກປະສົງໃຫ້ທ່ານການບໍລິການແລະການສະຫນັບສະຫນູນທີ່ຈະຢູ່ເຮືອນເປັນໄປໄດ້. ເປົ້າຫມາຍແມ່ນເພື່ອບໍ່ໃຫ້ເຈົ້າໄປເຮືອນພະຍາບານ. ມັນເປັນການຍົກເວັ້ນເຮືອນ Medi-Cal ແລະຊຸມຊົນ. ມັນໃຫ້ຄວາມຊ່ວຍເຫຼືອພິເສດແກ່ເຈົ້າເພື່ອໃຫ້ເຈົ້າສາມາດຢູ່ໃນເຮືອນຂອງເຈົ້າເອງ. ຮ້ານນີ້ບອກທ່ານກ່ຽວກັບໂຄງການ. ມັນບອກທ່ານວິທີທີ່ຈະໄດ້ຮັບການບໍລິການ. ມັນບອກທ່ານກ່ຽວກັບການບໍລິການທີ່ທ່ານສາມາດໄດ້ຮັບ. ຖ້າ Medi-Cal ບອກທ່ານວ່າທ່ານບໍ່ສາມາດມີການບໍລິການໄດ້, ຮ້ານອາຫານບອກທ່ານວ່າຈະເຮັດແນວໃດ.
ໂຄງການບໍລິການຜູ້ສູງອາຍຸຫຼາຍຈຸດປະສົງ (MSSP) ແມ່ນຫຍັງ?
ໂຄງການ MSSP ໃຫ້ການບໍລິການ ແລະ ການຊ່ວຍເຫຼືອເພື່ອຊ່ວຍໃຫ້ທ່ານຍັງຄົງຢູ່ເຮືອນໄດ້ດົນນານເທົ່າທີ່ຈະເປັນໄປໄດ້. ເປົ້າໝາຍແມ່ນເພື່ອບໍ່ໃຫ້ທ່ານຖືກບັນຈຸເຂົ້າໃນສະຖານພະຍາບານໃດໜຶ່ງ. ມັນແມ່ນການຍົກເວັ້ນທີ່ອີງໃສ່ເຮືອນ ແລະ ຊຸມຊົນຂອງ Medi-Cal ເຊິ່ງສາມາດໃຫ້ແຫຼ່ງຄວາມຊ່ວຍເຫຼືອພິເສດເພື່ອໃຫ້ທ່ານໄດ້ຢູ່ເຮືອນຂອງທ່ານເອງ.
ຖ້າທ່ານແຕ່ງງານແລ້ວ ແລະ ບໍ່ມີສິດໄດ້ຮັບ Medi-Cal ເນື່ອງຈາກມີຊັບພະຍາກອນຫຼາຍເກີນໄປ ແລະ/ຫຼື ລາຍໄດ້ຫຼາຍເກີນໄປ, ທ່ານອາດຈະຍັງສາມາດມີຄຸນສົມບັດໄດ້ຮັບ MSSP.
ໃຜແດ່ມີຄຸນສົມບັດໄດ້ຮັບການບໍລິການ MSSP?
ເພື່ອມີຄຸນສົມບັດໄດ້ຮັບ, ທ່ານຕ້ອງ:
- ມີອາຍຸຢ່າງໜ້ອຍ 65 ປີ;
- ເປັນຄົນພິການຜູ້ທີ່ມີຄວາມສ່ຽງໄປຢູ່ສະຖານພະຍາບານໃດໜຶ່ງ. ເພື່ອຕັດສິນກຳນົດວ່າທ່ານມີສິດໄດ້ຮັບ MSSP ຫຼືບໍ່, ພະຍາບານຈະປະເມີນທ່ານ;
- ມີສິດໄດ້ຮັບ Medi-Cal ໃນປັດຈຸບັນ ແລະ ບໍ່ໄດ້ຮັບການບໍລິການຜ່ານການຍົກເວັ້ນທີ່ອີງໃສ່ເຮືອນ ແລະ ຊຸມຊົນອື່ນ. ຖ້າໃນປັດຈຸບັນທ່ານຢູ່ໂຮງໝໍ ຫຼື ສະຖານພະຍາບານໃດໜຶ່ງ ແລະ ຕ້ອງການອອກໄປ, ມີກົດລະບຽບພິເສດທີ່ບໍ່ນັບລາຍຮັບ ແລະ ຊັບພະ ຍາກອນຫຼາຍຢ່າງຂອງຄູ່ສົມລົດຂອງທ່ານທີ່ເຮັດໃຫ້ທ່ານງ່າຍຂຶ້ນໃນການມີຄຸນສົມບັດໄດ້ຮັບ. ຖ້າໃນປັດຈຸບັນ ທ່ານບໍ່ມີສິດໄດ້ຮັບ Medi-Cal ເນື່ອງຈາກຊັບພະຍາກອນ ຫຼື ລາຍຮັບຂອງຄູ່ສົມລົດ ຫຼື ທ່ານມີຄ່າໃຊ້ຈ່າຍຮ່ວມກັນ, ໃຫ້ເບິ່ງຂ້າງລຸ່ມກ່ຽວກັບການຈ່າຍຄ່າບໍລິການຊ່ວງຫັນປ່ຽນ.
- ການອາໄສຢູ່ພາຍໃນເຂດປົກຄອງໃດໜຶງທີ່ມີໂຄງການນີ້ - ເບິ່ງເອກະສານຕິດຄັດ B ສຳລັບລາຍຊື່ໃນປັດຈຸບັນຂອງເຂດປົກຄອງທີ່ມີໂຄງການນີ້.
ມີການບໍລິການປະເພດໃດແດ່?
ການບໍລິການທີ່ມີໃຫ້ລວມມີ:
- ໂຄງການສູນດູແລຜູ້ສູງອາຍຸ
- ຄວາມຊ່ວຍເຫຼືອ ແລະ ການໃຫ້ຄຳປຶກສາເລື່ອງການຄຸ້ມຄອງເງິນ
- ການຄຸ້ມຄອງກໍລະນີ – ໂດຍປົກກະຕິແລ້ວ ຖືກເຮັດໂດຍພະຍາບານ ແລະ ນັກສັງຄົມສົງເຄາະຜູ້ທີ່ຈະ:
- ປະເມີນສຸຂະພາບ ແລະ ຄວາມຕ້ອງການອື່ນຂອງທ່ານ
- ສ້າງແຜນການດູແລເບິ່ງແຍງເພື່ອຕອບສະໜອງຄວາມຕ້ອງການເຫຼົ່ານັ້ນ.
- ຈັດຕຽມການບໍລິການທີ່ຕ້ອງການ
- ຕິດຕາມເບິ່ງຄວາມເປັນຢູ່ຂອງທ່ານ
- ໃຫ້ການສະໜັບສະໜູນຊ່ວຍເຫຼືອ
- ຂໍ້ມູນ ແລະ ການນຳສົ່ງ
- ການດູແລປ່ຽນແທນ – ການດູແລເບິ່ງແຍງໄລຍະສັ້ນສຳລັບທ່ານໂດຍບຸກຄົນອື່ນທີ່ບໍ່ແມ່ນບຸກຄົນທີ່ດູແລເບິ່ງແຍງທ່ານປະຈຳ ເມື່ອຜູ້ກ່ຽວຕ້ອງການຢຸດພັກໄລຍະສັ້ນ
- ການຊ່ວຍເຫຼືອເລື່ອງບ່ອນຢູ່ອາໄສເຊິ່ງອາດຈະລວມມີ:
- ການປັບຕົວທາງຮ່າງກາຍ
- ອຸປະກອນຊ່ວຍ
- ການຊ່ວຍເຫຼືອສຸກເສີນໃນການຍົກຍ້າຍບ່ອນ
- ລາຍຈ່າຍບ່ອນຢູ່ອາໄສຊົ່ວຄາວໃນບາງສະພາບການສະເພາະ
- ການຊ່ວຍເຫຼືອໃນການຟື້ນຄືນການບໍລິການສາທາລະນຸປະໂພກ
- ສ້ອມແປງ ຫຼື ປ່ຽນສິ່ງຈຳເປັນໃນເຮືອນເຊ່ັນວ່າ ເຕົາຄົວກິນ, ຕູ້ເຢັນ ຫຼື ຕຽງນອນ
- ການບໍລິການດ້ານກົດໝາຍ
- ການສ້ອມແປງລະບົບຄວາມປອດໄພຢູ່ເຮືອນເລັກນ້ອຍ
- ການຂົນສົ່ງເດີນທາງ
- ໄປເປັນເພື່ອນຕາມການນັດໝາຍຂອງທ່ານໝໍ
- ການຮັບປະກັນທາງໂທລະສັບ
- ການຢ້ຽມຢາມມິດຕະພາບ
- ສຸຂະພາບ ແລະ ການປະເມີນທາງຈິດ
- ການບໍລິການໂພຊະນາການ
- ການດູແລສຸຂະພາບຢູ່ເຮືອນ
- ການດູແລສຸຂະພາບແບບປ້ອງກັນ
- ການບໍລິການຊ່ວຍວຽກເຮືອນ
- ອາຫານຢູ່ເຮືອນ ຫຼື ຢູ່ສະຖານທີ່ໃດໜຶ່ງ
- ການດູແລຜູ້ໃຫຍ່ຕອນກາງເວັນ ລວມທັງການດູແລສຸຂະພາບຜູ້ໃຫຍ່ຕອນກາງເວັນ
- ການຊ່ວຍເຫຼືອເລື່ອງການດູແລສ່ວນຕົວເພື່ອຮັກສາຄວາມສະອາດ, ຄວາມປອດໄພສ່ວ່ນຕົວ ແລະ ກິດຈະກຳການໃຊ້ຊີວິດປະຈຳວັນ.
- ການຕິດຕາມດູແລແບບປ້ອງກັນ – ການຕິດຕາມດູແລ 24 ຊົ່ວໂມງສຳລັບບຸກຄົນທີ່ບໍ່ແຂງແຮງ ຫຼື ອາດຈະປະສົບກັບເຫດສຸກເສີນທາງການແພດ
- ການບໍລິການສື່ສານ – ການບໍລິການແປເອກະສານ ແລະ ແປປາກເປົ່າ ແລະ ການໃຫ້ລະບົບຕອບສະໜອງເຫດສຸກເສີນ
- ການຊື້ອຸປະກອນ
MSSP ແລະ ການຊຳລະຄ່າການບໍລິການດູແລໄລຍະປ່ຽນຜ່ານ
ຖ້າທ່ານມີຄ່າໃຊ້ຈ່າຍສຳລັບການບໍລິການໃນເວລາຢູ່ສະຖານດູແລໃດໜຶ່ງເພື່ອຊ່ວຍທ່ານກັບຄືນມາຢູ່ເຮືອນ, ແລະ ທ່ານບໍ່ມີສິດໄດ້ຮັບ Medi-Cal ໃນເວລາທີ່ທ່ານໄດຮັບການບໍລິການເຫຼົ່ານັ້ນ ຫຼື ມີຄ່າຮ່ວມຈ່າຍ, Medi-Cal ຈະຈ່າຍຄ່າການບໍລິການທີ່ສະໜອງໃນລະຫວ່າງຫົກເດືອນສຸດທ້າຍຂອງກາພັກເຊົາຢູ່ສະຖານດູແລນັ້ນ.
ການບໍລິການທີ່ Medi-Cal ຈະຈ່າຍໃຫ້ເອີ້ນວ່າ “ການບໍລິການໄລຍະປ່ຽນຜ່ານ” ເຊິ່ງຊ່ວຍໃຫ້ທ່ານອອກຈາກສະຖານດູແລໃດໜຶ່ງ. ການບໍລິການລວມມີກິດຈະກຳບຳບັດ, ກາຍະບຳບັດ ແລະ ການບໍລິການຟື້ນຟູຮ່າງກາຍອື່ນ, ການປັບປ່ຽນດ້ານສະຖາປັດຍະກຳຢູ່ໃນເຮືອນຂອງທ່ານ ແລະ ການຄຸ້ມຄອງກໍລະນີໃນຂະນະທີ່ຢູ່ສະຖານດູແລນັ້ນເພື່ອຊ່ວຍທ່ານອອກມາ.
ຖ້າທ່ານແຕ່ງງານແລ້ວ ແລະ ກຳລັງກັບເຮືອນໄປຫາຄູ່ສົມລົດ ຫຼື ເມືອຢູ່ເຮືອນກັບຄູ່ສົມລົດຂອງທ່ານແລ້ວ, ມີກົດລະບຽບດ້ານຊັບພະຍາກອນ ແລະ ລາຍຮັບພິເສດທີ່ນຳໃຊ້ທີ່ສາມາດເຮັດໃຫ້ທ່ານງ່າຍຂຶ້ນໃນການມີສິດໄດ້ຮັບ.
ຂ້ອຍຈຳເປັນຕ້ອງຈ່າຍອັນໃດໜຶ່ງເພື່ອໄດ້ຮັບການບໍລິການເຫຼົ່ານີ້ບໍ?
ບໍ່, ບໍ່ມີຄ່າໃຊ້ຈ່າຍຕໍ່ກັບທ່ານ.
ຂ້ອຍສາມາດໄດ້ຮັບ MSSP ຖ້າຂ້ອຍກຳລັງໄດ້ຮັບການບໍລິການຊ່ວຍເຫຼືອຢູ່ເຮືອນ (IHSS) ບໍ?
ແມ່ນ. ທ່ານສາມາດໄດ້ຮັບທັງສອງຢ່າງ.
ການບໍລິການທີ່ຂ້ອຍໄດ້ຮັບພາຍໃຕ້ IHSS ຈະຫຼຸດລົງຫຼືບໍ່ຖ້າຂ້ອຍໄດ້ຮັບ MSSP?
ຖ້າທ່ານກຳລັງໄດ້ຮັບຈຳນວນຊົ່ວໂມງ IHSS ສູງສຸດ, ຊົ່ວໂມງບໍລິການເຫຼົ່ານີ້ບໍ່ສາມາດຖືກຫຼຸດລົງໄດ້ ຖ້າທ່ານໄດ້ຮັບຄວາມຊ່ວຍເຫຼືອຢູ່ເຮືອນຈຳນວນໜຶ່ງຜ່ານ MSSP.
ຖ້າທ່ານບໍ່ໄດ້ຮັບຈຳນວນຊົ່ວໂມງ IHSS ສູງສຸດ, ທຸກການຊ່ວຍເຫຼືອຢູ່ເຮືອນຜ່ານ MSSP ຈະບໍ່ມີຜົນຕໍ່ກັບຊົ່ວໂມງການບໍລິການ IHSS ຂອງທ່ານ.
ຂ້ອຍສະໝັກໄດ້ແນວໃດ?
ເບິ່ງລາຍຊື່ຢູ່ທ້າຍໃບຂໍ້ມູນນີ້. ຊອກຫາເຂດປົກຄອງຂອງທ່ານ ແລະ ໂທຫາເບີທີ່ບອກໄວ້. ບອກວ່າ “ຂ້ອຍຄິດວ່າຂ້ອຍຕ້ອງການການບໍລິການ MSSP”. ນອກນັ້ນທ່ານຍັງສາມາດໂທຫາ 1-800-510-2020 ສໍາລັບໜ່ວຍງານດູແລຜູ້ສູງອາຍຸ (AAA) ໃນເຂດທ້ອງຖິ່ນຂອງທ່ານ.
ຂ້ອຍສາມາດເຮັດຫຍັງໄດ້ແດ່ຖ້າຂ້ອຍຖືກປະຕິເສດ MSSP?
ທ່ານສາມາດອຸທອນ ແລະ ຮ້ອງຂໍເອົາການໄຕ່ສວນຍຸຕິທຳໄດ້. ນອກນັ້ນ, ທ່ານມີສິດໄດ້ຮັບຄຳອະທິບາຍເປັນລາຍລັກອັກສອນກ່ຽວກັບວ່າຍ້ອນຫຍັງທ່ານຈິ່ງຖືກປະຕິເສດ MSSP. ຄຳອະທິບາຍເປັນລາຍລັກອັກສອນຈະອະທິບາຍສິ່ງທີ່ທ່ານສາມາດເຮັດເພື່ອອຸທອນ. ທ່ານສາມາດໂທຫາ Disability Rights California ເພື່ອຂໍຄວາມຊ່ວຍເຫຼືອ.
ຂ້ອຍສາມາດຂໍຂໍ້ມູນເພີ່ມເຕີມກ່ຽວກັບ MSSP ໄດ້ແນວໃດ?
ຖ້າທ່ານເຂົ້າເຖິງອິນເຕີເນັດໄດ້, ໃຫ້ເຂົ້າເບິ່ງເວັບໄຊນີ້:
http://www.aging.ca.gov/programsproviders/mssp/
ຂ້ອຍບໍ່ມີຄຸນສົມບັດໄດ້ຮັບ MSSP, ມີໂຄງການອື່ນທີ່ອາດຈະຊ່ວຍຂ້ອຍໄດ້ບໍ?
ໂທຫາໜ່ວຍງານດູແລຜູ້ສູງອາຍຸປະຈຳເຂດພື້ນທີ່ (AAA) ເພື່ອຂໍຂໍ້ມູນເພີ່ມເຕີມ ແລະ ການບໍລິການນຳສົ່ງໃນຊຸມຊົນຂອງທ່ານ. ສຳລັບເບີໂທລະສັບຂອງຫ້ອງການ AAA ທີ່ໃກ້ທ່ານທີ່ສຸດ ໃຫ້ໂທຫາ: 1 800 510-2020
ລາຍຊື່ຕິດຕໍ່ຂອງໂຄງການບໍລິການຜູ້ສູງອາຍຸຫຼາຍຈຸດປະສົງ (ແຍກຕາມເຂດປົກຄອງ) ຍັງມີໃຫ້ຢູ່ທີ່ –http://www.aging.ca.gov/ProgramsProviders/MSSP/Contacts/