The Multipurpose Senior Services Program May be the Answer to Staying at Home Rather than Going to a Nursing Home

Publications
#5395.12

The Multipurpose Senior Services Program May be the Answer to Staying at Home Rather than Going to a Nursing Home

ໂຄງ​ການ​ບໍ​ລິ​ການ​ອາ​ວຸ​ໂສ​ອະ​ເນກ​ປະ​ສົງ​ໃຫ້​ທ່ານ​ການ​ບໍ​ລິ​ການ​ແລະ​ການ​ສະ​ຫນັບ​ສະ​ຫນູນ​ທີ່​ຈະ​ຢູ່​ເຮືອນ​ເປັນ​ໄປ​ໄດ້​. ເປົ້າຫມາຍແມ່ນເພື່ອບໍ່ໃຫ້ເຈົ້າໄປເຮືອນພະຍາບານ. ມັນເປັນການຍົກເວັ້ນເຮືອນ Medi-Cal ແລະຊຸມຊົນ. ມັນໃຫ້ຄວາມຊ່ວຍເຫຼືອພິເສດແກ່ເຈົ້າເພື່ອໃຫ້ເຈົ້າສາມາດຢູ່ໃນເຮືອນຂອງເຈົ້າເອງ. ຮ້ານນີ້ບອກທ່ານກ່ຽວກັບໂຄງການ. ມັນບອກທ່ານວິທີທີ່ຈະໄດ້ຮັບການບໍລິການ. ມັນບອກທ່ານກ່ຽວກັບການບໍລິການທີ່ທ່ານສາມາດໄດ້ຮັບ. ຖ້າ Medi-Cal ບອກທ່ານວ່າທ່ານບໍ່ສາມາດມີການບໍລິການໄດ້, ຮ້ານອາຫານບອກທ່ານວ່າຈະເຮັດແນວໃດ.

​ໂຄງການ​ບໍລິການ​ຜູ້​ສູງ​ອາຍຸ​ຫຼາຍຈຸດປະສົງ (MSSP) ​ແມ່ນ​ຫຍັງ?

​ໂຄງການ MSSP ​ໃຫ້ການ​ບໍລິການ ​ແລະ ການ​ຊ່ວຍ​ເຫຼືອ​ເພື່ອ​ຊ່ວຍ​​ໃຫ້ທ່ານຍັງ​ຄົງ​ຢູ່​ເຮືອນໄດ້ດົນ​ນານ​​ເທົ່າ​ທີ່​ຈະ​ເ​ປັນ​ໄປ​ໄດ້. ​ເປົ້າ​ໝາຍ​​ແມ່ນ​ເພື່ອ​ບໍ່​ໃຫ້​ທ່ານ​ຖືກ​ບັນຈຸ​ເຂົ້າ​ໃນ​ສະຖານ​ພະ​ຍາ​ບານ​ໃດ​ໜຶ່ງ. ມັນ​ແມ່ນ​ການ​ຍົກ​ເວັ້ນທີ່​ອີງ​ໃສ່​ເຮືອນ ​ແລະ ຊຸມ​ຊົນ​ຂອງ Medi-Cal ​ເຊິ່ງ​ສາມາດ​ໃຫ້​ແຫຼ່ງຄວາມ​ຊ່ວຍ​ເຫຼືອພິ​ເສດ​​ເພື່ອ​​ໃຫ້​ທ່ານ​ໄດ້​ຢູ່​ເຮືອນ​ຂອງ​ທ່ານ​ເອງ.

ຖ້າ​ທ່ານ​ແຕ່ງງານ​ແລ້ວ ​ແລະ ບໍ່​ມີ​ສິດ​​ໄດ້​ຮັບ Medi-Cal ​ເນື່ອງ​ຈາກ​ມີ​ຊັບພະຍາກອນ​ຫຼາຍ​ເກີນ​ໄປ ​ແລະ​/ຫຼື ລາຍ​​ໄດ້​ຫຼາຍ​ເກີນ​ໄປ, ທ່ານ​ອາດ​ຈະ​ຍັງ​ສາມາດ​ມີ​ຄຸນສົມ​ບັດ​​​ໄດ້​ຮັບ MSSP.

​ໃຜ​ແດ່​ມີ​ຄຸນສົມບັດ​ໄດ້​ຮັບ​ການ​ບໍລິການ MSSP?

​ເພື່ອ​ມີຄຸນສົມບັດ​ໄດ້​ຮັບ, ທ່ານຕ້ອງ​:

  • ມີ​ອາຍຸ​ຢ່າງ​ໜ້ອຍ 65 ປີ;
  • ​ເປັນ​ຄົນ​ພິການ​ຜູ້​ທີ່​ມີ​ຄວາມ​ສ່ຽງ​ໄປຢູ່​ສະຖານ​ພະຍາບານ​ໃດ​ໜຶ່ງ. ​ເພື່ອ​ຕັດສິນ​ກຳນົດ​ວ່າ​ທ່ານ​ມີ​ສິດ​ໄດ້​ຮັບ MSSP ຫຼືບໍ່​, ພະ​ຍາບານ​ຈະ​ປະ​ເມີນ​ທ່ານ;
  • ມີ​ສິດ​ໄດ້​ຮັບ Medi-Cal ​ໃນ​ປັດຈຸບັນ ​ແລະ ບໍ່​ໄດ້​ຮັບ​ການ​ບໍລິການ​ຜ່ານ​ການ​ຍົກ​ເວັ້ນທີ່​ອີງ​ໃສ່​ເຮືອນ ແລະ ​ຊຸມ​ຊົນ​ອື່ນ. ​ຖ້າ​ໃນ​ປັດຈຸບັນ​ທ່ານ​ຢູ່​ໂຮງໝໍ ຫຼື ສະຖານ​ພະ​ຍາ​ບານ​ໃດ​ໜຶ່ງ ​ແລະ ຕ້ອງການ​ອອກ​​ໄປ, ມີ​ກົດ​ລະບຽບ​ພິ​ເສດ​ທີ່​ບໍ່​ນັບ​ລາຍ​​ຮັບ ແລະ ຊັບ​ພະ ຍາກອນ​ຫຼາຍຢ່າງ​ຂອງ​ຄູ່​ສົມລົດ​ຂອງ​ທ່ານ​ທີ່​ເຮັດ​ໃຫ້ທ່ານ​ງ່າຍ​ຂຶ້ນ​ໃນ​ການ​ມີ​ຄຸ​ນສົມບັດ​ໄດ້​ຮັບ. ຖ້າ​ໃນ​ປັດຈຸບັນ ທ່ານ​ບໍ່​ມີ​ສິດ​ໄດ້​ຮັບ Medi-Cal ​ເນື່ອງ​ຈາກ​ຊັບພະຍາກອນ ຫຼື ລາຍ​ຮັບ​ຂອງ​ຄູ່​ສົມລົດ ຫຼື ທ່ານມີຄ່າ​ໃຊ້​ຈ່າຍ​ຮ່ວມ​ກັນ, ​ໃຫ້​ເບິ່ງ​ຂ້າງ​ລຸ່ມ​ກ່ຽວ​ກັບ​ການ​ຈ່າຍ​ຄ່າ​ບໍລິການ​ຊ່ວງ​ຫັນປ່ຽນ.
  • ການອາ​ໄສ​ຢູ່​ພາຍ​ໃນ​ເຂດ​ປົກຄອງ​ໃດ​ໜຶງທີ່​ມີ​ໂຄງການ​ນີ້ - ​ເບິ່ງ​ເອກະສານ​ຕິດ​ຄັດ B ສຳລັບ​ລາຍ​ຊື່​ໃນ​ປັດຈຸບັນ​ຂອງ​ເຂດ​ປົກຄອງ​ທີ່​ມີ​ໂຄງການ​ນີ້.

ມີການ​ບໍລິການ​ປະ​ເພດ​ໃດ​ແດ່​?

ການ​ບໍລິການ​ທີ່​ມີ​ໃຫ້​ລວມມີ:

  • ​ໂຄງການ​ສູນ​ດູ​ແລ​ຜູ້​ສູງ​ອາຍຸ
  • ​ຄວາມ​ຊ່ວຍ​ເຫຼືອ ​ແລະ ການ​ໃຫ້​ຄຳ​ປຶກສາ​​ເລື່ອງ​ການ​ຄຸ້ມ​ຄອງ​ເງິນ
  • ການ​ຄຸ້ມ​ຄອງ​ກໍລະນີ – ​ໂດຍ​ປົກກະຕິ​ແລ້ວ ຖືກ​​ເຮັດ​ໂດຍ​ພະຍາບານ ​ແລະ ນັ​ກສັງຄົມ​ສົງ​ເຄາະ​ຜູ້​ທີ່​ຈະ:
  • ​ປະ​ເມີນ​ສຸຂະພາບ ​ແລະ ຄວາມຕ້ອງການ​ອື່ນ​ຂອງ​ທ່ານ
  • ​ສ້າງ​ແຜນການ​ດູ​​ແລ​​ເບິ່ງ​ແຍງ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ເຫຼົ່ານັ້ນ.
  • ​ຈັດ​ຕຽມ​ກາ​ນບໍລິການ​ທີ່​ຕ້ອງການ
  • ​ຕິດຕາມ​ເບິ່ງ​ຄວາມ​ເປັນ​ຢູ່​ຂອງ​ທ່ານ
  • ​ໃຫ້ການ​ສະໜັບສະໜູນ​ຊ່ວຍ​ເຫຼືອ
  • ຂໍ້​ມູນ ​ແລະ ການ​ນຳ​ສົ່ງ
  • ການ​ດູ​ແລ​ປ່ຽນ​ແທນ – ການ​ດູ​ແລ​ເບິ່ງ​ແຍງ​ໄລຍະ​ສັ້ນ​ສຳລັບ​ທ່ານ​ໂດຍ​ບຸກຄົນ​ອື່ນ​ທີ່​ບໍ່​ແມ່ນ​ບຸກຄົນ​ທີ່​ດູ​ແລ​ເບິ່ງ​ແຍງ​ທ່ານ​ປະຈຳ ​ເມື່ອ​ຜູ້ກ່ຽວ​ຕ້ອງ​ກາ​ນຢຸດ​ພັກ​ໄລຍະ​ສັ້ນ
  • ​ການ​ຊ່ວຍ​ເຫຼືອ​ເລື່ອງ​ບ່ອນຢູ່​ອາ​ໄສ​ເຊິ່ງອາດ​ຈະ​ລວມມີ:
  • ການ​ປັບ​ຕົວ​ທາງຮ່າງກາຍ
  • ​ອຸປະກອນ​ຊ່ວຍ
  • ​ການ​ຊ່ວຍ​ເຫຼືອສຸກ​ເສີນ​ໃນ​ການ​ຍົກຍ້າຍບ່ອນ
  • ​ລາຍ​ຈ່າຍ​ບ່ອນຢູ່​ອາ​ໄສ​ຊົ່ວຄາວ​ໃນ​ບາງ​ສະ​ພາບ​ການສະ​ເພາະ
  • ການ​ຊ່ວຍ​ເຫຼືອ​ໃນ​ການຟື້ນ​ຄືນ​ການ​ບໍລິການ​ສາທາລະ​ນຸປະ​ໂພ​ກ
  • ສ້ອມ​​ແປງ ຫຼື ປ່ຽນສິ່ງ​ຈຳ​ເປັນ​ໃນ​ເຮືອນ​ເຊ່ັນ​ວ່າ ​ເຕົາຄົວກິນ, ຕູ້​ເຢັນ ຫຼື ຕຽງ​ນອນ
  • ​ການ​ບໍ​ລິ​ການ​ດ້ານ​ກົດ​ໝາຍ​
  • ການ​ສ້ອມ​ແປງ​ລະບົບ​ຄວາມ​ປອດ​ໄພ​ຢູ່​ເຮືອນ​ເລັກ​ນ້ອຍ
  • ​ການ​ຂົນ​ສົ່ງ​ເດີນທາງ
  • ​ໄປ​ເປັນ​ເພື່ອນຕາມ​ການ​ນັດ​ໝາຍ​ຂອງ​ທ່ານໝໍ
  • ການ​ຮັບປະກັນ​ທາງ​ໂທລະສັບ
  • ​ການ​ຢ້ຽມຢາມມິດຕະພາບ
  • ​ສຸຂະພາບ ​ແລະ ການ​ປະ​ເມີນ​ທາງ​ຈິດ
  • ​ການ​ບໍລິການ​ໂພຊະ​ນາ​ການ
  • ​ການ​ດູ​ແລ​ສຸຂະພາບ​ຢູ່​ເຮືອນ
  • ​ການ​ດູ​ແລ​ສຸຂະພາບ​​ແບບ​ປ້ອງ​ກັນ
  • ​ການ​ບໍລິການຊ່ວຍ​ວຽກ​ເຮືອນ
  • ​ອາຫານ​ຢູ່​ເຮືອນ ຫຼື ຢູ່​ສະຖານ​ທີ່​ໃດ​ໜຶ່ງ
  • ​ການ​ດູ​ແລ​ຜູ້​ໃຫຍ່​ຕອນ​ກາງ​ເວັນ ​ລວມທັງ​ການ​ດູ​ແລ​ສຸຂະພາບ​ຜູ້​ໃຫຍ່​ຕອນ​ກາງ​ເວັນ
  • ​ການ​ຊ່ວຍ​ເຫຼືອ​ເລື່ອງ​ການດູ​ແລ​ສ່ວນຕົວ​ເພື່ອ​ຮັກສາ​ຄວາມ​ສະອາດ, ຄວາມ​ປອດ​ໄພ​ສ່ວ່ນຕົວ ​ແລະ ກິດຈະກຳ​ການ​ໃຊ້​ຊີວິດ​ປະຈຳ​ວັນ.
  • ການຕິດຕາມ​ດູ​ແລ​ແບ​ບປ້ອງ​ກັນ – ​ການຕິດຕາມ​ດູ​ແລ 24 ຊົ່ວ​ໂມງ​ສຳລັບ​ບຸກຄົນ​ທີ່ບໍ່​ແຂງ​ແຮງ ຫຼື ອາດ​ຈະ​ປະສົບ​ກັບ​ເຫດ​ສຸກ​ເສີນ​ທາງ​ການ​ແພດ
  • ການ​ບໍລິການ​ສື່ສານ – ການບໍລິການ​ແປ​ເອກະສານ ​ແລະ ​ແປ​ປາກ​ເປົ່າ ​ແລະ ການ​ໃຫ້ລະບົບ​ຕອບສະໜອງ​ເຫດ​ສຸກ​ເສີນ
  • ​ການ​ຊື້​ອຸປະກອນ

MSSP ​ແລະ ການ​ຊຳລະ​ຄ່າ​ການບໍລິການດູ​ແລ​ໄລຍະ​ປ່ຽນ​ຜ່ານ

​ຖ້າ​ທ່ານ​ມີຄ່າ​ໃຊ້​ຈ່າຍ​ສຳລັບ​ການ​ບໍລິການ​ໃນ​ເວລາຢູ່​ສະຖານ​ດູ​ແລ​ໃດ​ໜຶ່ງ​ເພື່ອ​ຊ່ວຍ​ທ່ານກັບ​ຄືນ​ມາ​ຢູ່​ເຮືອນ, ​ແລະ ທ່ານ​ບໍ່​ມີ​ສິດ​ໄດ້​ຮັບ Medi-Cal ​ໃນ​ເວລາ​ທີ່​ທ່ານ​ໄດ​ຮັບ​ການ​ບໍລິການ​ເຫຼົ່ານັ້ນ ຫຼື ມີຄ່າ​ຮ່ວມ​ຈ່າຍ, Medi-Cal ຈະ​ຈ່າຍ​ຄ່າການ​ບໍລິການ​ທີ່​ສະໜອງ​ໃນ​ລະຫວ່າງ​ຫົກ​ເດືອນ​ສຸດ​ທ້າຍ​ຂອງ​ກາ​ພັກ​ເຊົາ​ຢູ່​ສະຖານດູ​ແລ​ນັ້ນ.

ການ​ບໍລິການ​ທີ່ Medi-Cal ຈະ​ຈ່າຍ​ໃຫ້​ເອີ້​ນວ່າ “ການ​ບໍລິການ​ໄລຍະ​ປ່ຽນ​ຜ່ານ” ​ເຊິ່ງຊ່ວຍ​ໃຫ້​ທ່ານ​ອອກ​ຈາກ​ສະຖານ​ດູ​ແລ​ໃດ​ໜຶ່ງ. ​ການ​ບໍລິການ​ລວມມີ​ກິດຈະກຳ​ບຳບັດ, ກາ​ຍະ​ບຳບັດ ​ແລະ ການ​ບໍລິການ​ຟື້ນ​ຟູ​ຮ່າງກາຍ​ອື່ນ, ການປັບ​ປ່ຽນ​ດ້ານ​ສະຖາປັດ​ຍະ​ກຳ​ຢູ່​ໃນ​ເຮືອນ​ຂອງ​ທ່ານ ​ແລະ ການ​ຄຸ້ມ​ຄອງ​ກໍລະນີ​ໃນ​ຂະນະ​ທີ່ຢູ່​ສະຖານ​ດູ​ແລ​ນັ້ນ​ເພື່ອ​ຊ່ວຍ​ທ່ານ​ອອກ​ມາ.

ຖ້າ​ທ່ານ​ແຕ່ງງານ​ແລ້ວ ​ແລະ ກຳລັງ​ກັບ​ເຮືອນ​ໄປ​ຫາ​ຄູ່​ສົມລົດ ຫຼື ​ເ​ມື​ອຢູ່​ເຮືອນ​ກັບ​ຄູ່​ສົມລົດ​ຂອງ​ທ່ານ​ແລ້ວ, ມີ​ກົດ​ລະບຽບ​ດ້ານ​ຊັບພະຍາກອນ ​ແລະ ລາຍ​ຮັບ​ພິ​ເສດ​ທີ່​ນຳ​ໃຊ້​ທີ່​ສາມາດ​ເຮັດ​ໃຫ້​ທ່ານ​ງ່າຍ​ຂຶ້ນ​ໃນ​ການ​ມີ​ສິດ​ໄດ້​ຮັບ.

​ຂ້ອຍ​ຈຳ​ເປັນ​ຕ້ອງ​ຈ່າຍອັນ​ໃດ​ໜຶ່ງ​ເພື່ອ​ໄດ້​ຮັບ​ການ​ບໍລິການ​ເຫຼົ່ານີ້​ບໍ?

ບໍ່, ບໍ່​ມີຄ່າ​ໃຊ້​ຈ່າຍ​ຕໍ່​ກັບ​ທ່ານ.

ຂ້ອຍ​ສາມາດ​ໄດ້​ຮັບ MSSP ຖ້າ​ຂ້ອຍ​ກຳລັງ​ໄດ້​ຮັບ​ການ​ບໍລິການ​ຊ່ວຍ​ເຫຼືອຢູ່​ເຮືອນ (IHSS) ບໍ?

​​ແມ່ນ. ທ່ານ​ສາ​ມາດ​ໄດ້​ຮັບ​ທັງ​ສອງ​ຢ່າງ.

ການ​ບໍລິການ​ທີ່​ຂ້ອຍ​ໄດ້​ຮັບ​ພາຍ​ໃຕ້ IHSS ຈະ​ຫຼຸດລົງຫຼືບໍ່ຖ້າ​ຂ້ອຍ​ໄດ້​ຮັບ MSSP?

​ຖ້າ​ທ່ານ​ກຳລັງ​ໄດ້​ຮັບ​ຈຳນວນ​ຊົ່ວ​ໂມງ IHSS ສູງ​ສຸດ, ຊົ່ວ​ໂມງ​ບໍລິການ​ເຫຼົ່ານີ້​ບໍ່​ສາມາດ​ຖືກ​ຫຼຸດລົງ​ໄດ້ ຖ້າ​ທ່ານ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອຢູ່​ເຮືອນ​ຈຳນວນ​ໜຶ່ງ​ຜ່ານ MSSP.

ຖ້າ​ທ່ານ​ບໍ່​ໄດ້​ຮັບ​ຈຳນວນ​ຊົ່ວ​ໂມງ IHSS ສູງ​ສຸດ, ທຸກ​ການ​ຊ່ວຍ​ເຫຼືອຢູ່​ເຮືອນ​ຜ່ານ MSSP ຈະ​ບໍ່​ມີ​ຜົນ​ຕໍ່​ກັບ​ຊົ່ວ​ໂມງ​ການ​ບໍລິການ IHSS ຂອງ​ທ່ານ.

ຂ້ອຍ​​ສະໝັກ​ໄດ້​ແນວ​ໃດ?

​ເບິ່ງ​ລາຍ​ຊື່​ຢູ່​ທ້າຍ​ໃບ​ຂໍ້​ມູນ​ນີ້. ຊອກ​ຫາ​ເຂດ​ປົກຄອງ​ຂອງ​ທ່ານ ​ແລະ ​ໂທ​ຫາ​ເບີ​ທີ່​ບອກ​ໄວ້. ບອກ​ວ່າ “ຂ້ອຍ​ຄິດ​ວ່າ​ຂ້ອຍ​ຕ້ອງການ​ການ​ບໍລິການ MSSP”. ນອກ​ນັ້ນ​ທ່ານ​ຍັງ​ສາມາດ​ໂທ​ຫາ 1-800-510-2020 ສໍາລັບ​ໜ່ວຍ​ງານ​ດູ​ແລ​ຜູ້​ສູງ​ອາຍຸ​ (AAA) ໃນ​ເຂດທ້ອງ​ຖິ່ນ​ຂອງ​ທ່ານ.

ຂ້ອຍ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ຖ້າ​ຂ້ອຍ​ຖືກ​ປະຕິ​ເສດ MSSP?

​ທ່ານ​ສາມາດ​ອຸທອນ ​ແລະ ຮ້ອງ​ຂໍ​ເອົາ​ການ​ໄຕ່​ສວນ​ຍຸຕິ​ທຳ​ໄດ້. ນອກ​ນັ້ນ, ທ່ານ​ມີ​ສິດ​ໄດ້​ຮັບ​ຄຳ​ອະທິບາຍ​ເປັນ​ລາ​ຍລັກ​ອັກສອນ​ກ່ຽວ​ກັບ​ວ່າ​ຍ້ອນ​ຫຍັງ​ທ່ານ​ຈິ່ງ​ຖືກ​ປະຕິ​ເສດ MSSP. ຄຳ​ອະທິບາຍ​ເປັນ​ລາ​ຍລັກ​ອັກສອນ​ຈະ​ອະທິບາຍ​ສິ່ງ​ທີ່​ທ່ານ​ສາມາດ​ເຮັດ​ເພື່ອອຸທອນ. ທ່ານ​ສາມາດ​ໂທ​ຫາ Disability Rights California ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ.

ຂ້ອຍ​ສາມາດ​ຂໍ​ຂໍ້​ມູນ​ເພີ່ມ​ເຕີມກ່ຽວ​ກັບ MSSP ​ໄດ້​ແນວ​ໃດ?

​ຖ້າ​ທ່ານ​ເຂົ້າ​ເຖິງ​ອິນ​ເຕີ​ເນັດ​ໄດ້, ​ໃຫ້​ເຂົ້າ​ເບິ່ງ​ເວັບ​ໄຊນີ້: 
http://www.aging.ca.gov/programsproviders/mssp/ 

ຂ້ອຍ​ບໍ່​ມີຄຸນສົມບັດ​ໄດ້​ຮັບ MSSP, ມີ​ໂຄງການ​ອື່ນ​ທີ່​ອາດ​ຈະ​ຊ່ວຍ​ຂ້ອຍ​ໄດ້​ບໍ?

​ໂທ​ຫາໜ່ວຍ​ງານ​ດູ​ແລ​ຜູ້​ສູງ​ອາຍຸ​ປະຈຳ​ເຂດ​ພື້ນ​ທີ່ (AAA) ​ເພື່ອ​ຂໍ​ຂໍ້​ມູນ​ເພີ່ມ​ເຕີມ ​ແລະ ການ​ບໍລິການ​ນຳ​ສົ່ງ​ໃນ​ຊຸມ​ຊົນ​ຂອງ​ທ່ານ. ສຳລັບ​ເບີ​ໂທລະສັບ​ຂອງຫ້ອງການ AAA ທີ່​ໃກ້​ທ່ານ​ທີ່​ສຸດ ​ໃຫ້​ໂທ​ຫາ: 1 800 510-2020

ລາຍ​ຊື່​ຕິດ​ຕໍ່​ຂອງ​ໂຄງການ​ບໍລິການ​ຜູ້​ສູງ​ອາຍຸ​ຫຼາຍຈຸດປະສົງ (​ແຍກ​ຕາມ​ເຂດ​ປົກຄອງ) ຍັງ​ມີ​ໃຫ້​ຢູ່​ທີ່ –http://www.aging.ca.gov/ProgramsProviders/MSSP/Contacts/