ການໃຫ້ທຶນເຕັກໂນໂລຊີຊ່ວຍຜ່ານສູນປະຈຳເຂດ

ການໃຫ້ທຶນເຕັກໂນໂລຊີຊ່ວຍຜ່ານສູນປະຈຳເຂດ
ສູນປະຈຳເຂດຮັບຜິດຊອບໃຫ້ ຫຼື ຈັດຫາການບໍລິການ ແລະ ການຊ່ວຍເຫຼືອຕ່າງໆແກ່ບຸກຄົນທີ່ມີຄວາມພິການດ້ານພັດທະນາການ. ເພື່ອຂໍເອົາເຕັກໂນໂລຊີຊ່ວຍຜ່ານສູນປະຈຳເຂດ, ກ່ອນອື່ນທ່ານຕ້ອງສະໝັກຂໍເອົາການບໍລິການຂອງເຂົາເຈົ້າ ແລະ ມີສິດໄດ້ຮັບ. ຄົນພິການຜູ້ທີ່ມີສິດໄດ້ຮັບການບໍລິການຈາກສູນປະຈຳເຂດເອີ້ນວ່າ “ຜູ້ໃຊ້ບໍລິການ”.
ສູນປະຈຳເຂດແມ່ນຫຍັງ?
ສູນປະຈຳເຂດຮັບຜິດຊອບໃຫ້ ຫຼື ຈັດຫາການບໍລິການ ແລະ ການຊ່ວຍເຫຼືອຕ່າງໆແກ່ບຸກຄົນທີ່ມີຄວາມພິການດ້ານພັດທະນາການ. ເພື່ອຂໍເອົາເຕັກໂນໂລຊີຊ່ວຍຜ່ານສູນປະຈຳເຂດ, ກ່ອນອື່ນທ່ານຕ້ອງສະໝັກຂໍເອົາການບໍລິການຂອງເຂົາເຈົ້າ ແລະ ມີສິດໄດ້ຮັບ. ຄົນພິການຜູ້ທີ່ມີສິດໄດ້ຮັບການບໍລິການຈາກສູນປະຈຳເຂດເອີ້ນວ່າ “ຜູ້ໃຊ້ບໍລິການ”. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວ່າໃຜມີສິດໄດ້ຮັບການບໍລິການຂອງສູນປະຈຳເຂດ ແລະ ວິທີສະໝັກ, ໃຫ້ເຂົ້າເບິ່ງຫົວຂໍ້ການມີສິດໄດ້ຮັບຂອງສູນປະຈຳເຂດໃນເວັບໄຊຂອງພະແນກການບໍລິການດ້ານພັດທະນາການ (DDS) ທີ່ນີ້. ເຕັກໂນໂລຊີຊ່ວຍແມ່ນໜຶ່ງໃນບັນດາການບໍລິການທີ່ ສູນປະຈຳເຂດ ສະໜອງໃຫ້. ສະຖານທີ່ອື່ນເຊັ່ນວ່າ ເຂດການສຶກສາ, Medi-Cal ແລະ ພະແນກຟື້ນຟູສຸຂະພາບ ກໍໃຫ້ເຕັກໂນໂລຊີຊ່ວຍແກ່ຄົນພິການເຊັ່ນກັນ, ແຕ່ໃບຂໍ້ມູນນີ້ຈະເນັ້ນໃສ່ການໄດ້ຮັບເຕັກໂນໂລຊີຊ່ວຍຜ່ານບັນດາສູນປະຈຳເຂດ.
ເຕັກໂນໂລຊີຊ່ວຍພາຍໃຕ້ກົດໝາຍ Lanterman ແມ່ນຫຍັງ?
ກົດໝາຍ Lanterman ແມ່ນກົດໝາຍລັດຄາລິຟໍເນັຍທີ່ໃຫ້ສິດແກ່ຄົນພິການດ້ານພັດ ທະນາການໃນການໄດ້ຮັບການບໍລິການ ແລະ ການຊ່ວຍເຫຼືອຕ່າງໆທີ່ເຂົາເຈົ້າຕ້ອງການເພື່ອດຳເນີນຊີວິດທີ່ເພິ່ງພາຕົນເອງໄດ້ຫຼາຍກວ່າ ແລະ ປົກກະຕິກວ່າ. ກົດໝາຍ Lanterman ໃຊ້ຄຳສັບ “ອຸປະກອນປັບຕົວພິເສດ” ເພື່ອອະທິບາຍເຕັກໂນໂລຊີຊ່ວຍ.1 ກົດໝາຍ Lanterman ບໍ່ໃຫ້ລາຍການຄົບຖ້ວນຂອງປະເພດອຸປະກອນປັບຕົວພິເສດ/ເຕັກໂນໂລຊີຊ່ວຍທີ່ທ່ານສາມາດຮ້ອງຂໍໃຫ້ສູນປະຈຳເຂດສະໜອງໃຫ້, ແຕ່ມັນກຳນົດວ່າ “ອຸປະກອນປັບຕົວພິເສດ ເຊັ່ນວ່າ ລົດເຂັນ, ຕຽງນອນຄົນເຈັບ, ອຸປະກອນສື່ສານ ແລະ ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນທີ່ຈຳເປັນອື່ນ” ຕ້ອງມີໃຫ້ ເມື່ອຈຳເປັນ.2 ເວັບໄຊ DDS ບອກວ່າ “ເຕັກໂນໂລຊີຊ່ວຍ (AT) ໝາຍເຖິງອຸປະກອນຕ່າງໆທີ່ໃຊ້ໂດຍເດັກນ້ອຍ ແລະ ຜູ້ໃຫຍ່ທີ່ມີຄວາມພິການດ້ານພັດທະນາການ ແລະ ຄວາມພິການອື່ນເພື່ອດຳເນີນຊີວິດປະຈຳວັນ”. DDS ລະບຸບາງປະເພດຂອງ AT ແລະ ໃຫ້ຕົວຢ່າງຕ່າງໆ ລວມມີ: ການສື່ສານ, ການເຄື່ອນໄຫວໄປມາ, ສຽງ-ພາບ, ການຄວບຄຸມສະພາບແວດລ້ອມ ແລະ ການປັບຮ່າງກາຍ. ທ່ານສາມາດອ່ານເພີ່ມເຕີມກ່ຽວກັບ AT ໄດ້ໃນເວັບໄຊ DDS ທີ່ນີ້.
ໃນຖານະເປັນຄົນພິການດ້ານພັດທະນາການ, ຂ້ອຍມີສິດໄດ້ຮັບເຕັກໂນໂລຊີຊ່ວຍແມ່ນບໍ?
ແມ່ນ. ໃນນາມເປັນຜູ້ໃຊ້ບໍລິການສູນປະຈຳເຂດ, ທ່ານມີສິດໄດ້ຮັບການບໍລິການ ແລະ ການຊ່ວຍເຫຼືອຕ່າງໆ ເຊັ່ນວ່າ ເຕັກໂນໂລຊີຊ່ວຍ ໃນ “ສະພາບແວດລ້ອມທີ່ຈຳກັດໜ້ອຍສຸດ”.3 ນັ້ນໝາຍຄວາມວ່າສູນປະຈຳເຂດຈຳເປັນຕ້ອງໃຫ້ເຕັກໂນໂລຊີຊ່ວຍຢູ່ທຸກບ່ອນທີ່ທ່ານອາໄສຢູ່: ໃນເຮືອນຂອງທ່ານເອງ, ໃນສະ ຖານດູແລສົງເຄາະ, ໃນສະຖານດູແລສຸຂະພາບ, ສະຖານດູແລເບິ່ງແຍງໃນຊຸມຊົນທີ່ມີໃບອະນຸຍາດ ຫຼື ສະຖານດູແລແບບບ່ອນຢູ່ອາໄສ.4 ສູນປະຈຳເຂດຕ້ອງຮັບປະກັນວ່າທ່ານໄດ້ຮັບເຕັກໂນໂລຊີຊ່ວຍທີ່ຈະຊ່ວຍໃຫ້ທ່ານຕອບສະໜອງຄວາມຕ້ອງການສະເພາະຕົວຂອງທ່ານ.5
ຂ້ອຍຈະຮ້ອງຂໍເອົາເຕັກໂນໂລຊ່ວຍນຳສູນປະຈຳເຂດແນວໃດ?
ຫຼັງຈາກທີ່ພົບວ່າມີສິດເປັນຜູ້ໃຊ້ບໍລິການຂອງສູນປະຈຳເຂດ, ສູນປະຈຳເຂດຕ້ອງສ້າງແຜນໂຄງການສະເພາະບຸກຄົນ (IPP) ສຳລັບທ່ານ ເຊິ່ງແມ່ນແຜນເປັນລາຍລັກອັກ ສອນເພື່ອຊ່ວຍທ່ານບັນລຸໄດ້ເປົ້າໝາຍ ແລະ ຈຸດປະສົງຂອງທ່ານ, ແລະ ລວມມີການບໍລິການ ແລະ ການຊ່ວຍເຫຼືອຕ່າງໆທີ່ທ່ານຕ້ອງການເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ. ເບິ່ງເພີ່ມເຕີມກ່ຽວກັບການສ້າງແຜນ IPP ແລະ ຍ້ອນຫຍັງແຜນ IPP ຈິ່ງສຳຄັນໄດ້ຢູ່ເວັບໄຊ DDS ທີ່ນີ້ (ເບິ່ງໜ້າ S-4, S-7 ແລະ S-8). ແຜນ (IPP) ຂອງທ່ານຄວນລວມມີເຕັກໂນໂລຊີຊ່ວຍທີ່ຈຳເປັນທັງໝົດ. ຫຼັງຈາກທີ່ເຕັກໂນໂລຊີຊ່ວຍຂອງທ່ານຖືກຂຽນເປັນແຜນ IPP ຂອງທ່ານແລ້ວ, ສູນປະຈຳເຂດຕ້ອງຊື້, ເອົາໃຫ້, ຝຶກອົບຮົມໃຫ້ທ່ານກ່ຽວກັບວິທີໃຊ້ ແລະ ບຳລຸງຮັກສາມັນສຳລັບທ່ານ.
ຂ້ອຍສາມາດເຮັດຫຍັງຖ້າສູນປະຈຳເຂດປະຕິເສດຄຳຮ້ອງຂໍເອົາເຕັກໂນໂລຊີຊ່ວຍ?
ຖ້າສູນປະຈຳເຂດປະຕິເສດຄຳຮ້ອງຂໍເອົາເຕັກໂນໂລຊີຊ່ວຍຂອງທ່ານ ແລະ ທ່ານບໍ່ເຫັນດີນຳຄຳຕັດສິນຂອງເຂົາເຈົ້າ, ທ່ານສາມາດ “ອຸທອນ” (ສົ່ງການແຈ້ງບອກເປັນລາຍລັກອັກສອນທີ່ບອກພວກເຂົາວ່າທ່ານບໍ່ເຫັນດີ).6 ມີຂີດກຳນົດດ້ານເວລາສຳລັບຂະບວນການອຸທອນທີ່ທ່ານຕ້ອງປະຕິບັດຕາມ. ກ່ອນອື່ນ, ຖ້າສູນປະຈຳເຂດຕັດສິນວ່າມັນຈະບໍ່ໃຫ້ການບໍລິການ ຫຼື ການຊ່ວຍເຫຼືອທີ່ທ່ານຮ້ອງຂໍເອົາ, ສູນຕ້ອງໃຫ້ ແຈ້ງການເປັນລາຍລັກອັກສອນ ແກ່ທ່ານໂດຍສົ່ງທາງໄປສະນີລົງທະບຽນພາຍໃນ 5 ວັນເຮັດວຽກ (ບໍ່ນັບເສົາອາທິດ ແລະ ວັກພັກ).7 ບາງຄັ້ງສູນປະຈຳເຂດບໍ່ສົ່ງແຈ້ງການເປັນລາຍລັກອັກສອນ ເມື່ອພວກເຂົາຕັດສິນປະຕິເສດ ຫຼື ປ່ຽນແປງການບໍລິການທີ່ທ່ານຕ້ອງການ ຫຼື ຈຳເປັນ. ນັ້ນແມ່ນຜິດກົດໝາຍ. ທ່ານຄວນຮ້ອງຂໍເອົາແຈ້ງການເປັນລາຍລັກອັກສອນ ເມື່ອທ່ານບໍ່ເຫັນດີນຳຄຳຕັດສິນຂອງສູນປະຈຳເຂດ. ຈາກນັ້ນ ທ່ານສາມາດຕັດສິນໃຈວ່າທ່ານຕ້ອງການອຸທອນ ຫຼື ບໍ່. ຖ້າທ່ານຕ້ອງການໃຫ້ການບໍລິການ ຫຼື ການຊ່ວຍເຫຼືອຍັງຄືເກົ່າໃນລະຫວ່າງຂະບວນການອຸທອນ, ທ່ານຈຳເປັນຕ້ອງຍື່ນຄຳອຸທອນເປັນລາຍລັກອັກສອນພາຍໃນ 10 ວັນ ນັບຈາກໄດ້ຮັບແຈ້ງຈາກສູນປະຈຳເຂດ.8 ການສືບຕໍ່ການບໍລິການໃນລະຫວ່າງຂະບວນການໄຕ່ສວນຍຸຕິທຳຍັງເອີ້ນວ່າ “ການຊ່ວຍເຫຼືອໃນລະຫວ່າງລໍຖ້າ”.
ທ່ານມີ 30 ວັນ ເພື່ອຍື່ນຄຳອຸທອນສຳລັບການໄຕ່ສວນຍຸຕິທຳ.9 ແຕ່ຖ້າທ່ານລໍຖ້າດົນ, ສູນປະຈຳເຂດສາມາດຢຸດເຊົາ, ຕັດລົງ ຫຼື ປ່ຽນແປງການບໍລິການ ຫຼື ການຊ່ວຍເຫຼືອໃນລະຫວ່າງຂະບວນການອຸທອນ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຂະບວນການໄຕ່ສວນຍຸຕິທຳ, ໃຫ້ເຂົ້າເບິ່ງເວັບໄຊ DDS ແລະ ອ່ານ “ຂະບວນການໄຕ່ສວນຍຸຕິທຳສຳລັບຜູ້ໃຊ້ບໍລິການ ອາຍຸ 3 ປີຂຶ້ນໄປ” ທີ່ນີ້. ຖ້າທ່ານຕ້ອງການຂໍ້ມູນການໄຕ່ສວນຍຸຕິທຳກ່ຽວກັບຜູ້ໃຊ້ບໍລິການທີ່ນ້ອຍກວ່າສາມປີ, ກະລຸນາອ່ານເພີ່ມເຕີມໃນເວັບໄຊ DDS ທີ່ນີ້.
- 1. Welf. & Inst. §4685(c)(1).
- 2. Welf. & Inst. §4685(c)(1).
- 3. Welf. & Inst. §4648(a)(1)-(2).
- 4. Welf. & Inst. §4648(a)(9)(A). ກ່ອນອື່ນສູນປະຈຳເຂດຈະໃຊ້ຊັບພະຍາກອນອື່ນທີ່ມີ ເຊັ່ນວ່າ Medi-Cal, ການບໍລິການເດັກນ້ອຍລັດຄາລິຟໍເນັຍ, ເຂດການສຶກສາ ຫຼື ປະກັນສຸຂະພາບເອກະຊົນ ກ່ອນທີ່ສູນຈະພິຈາລະນາໃຫ້ການບໍລິການ ແລະ/ຫຼື ລາຍການນັ້ນ.
- 5. Welf. & Inst. §4648(a)(2).
- 6. Welf. & Inst. § 4710.5(a).
- 7. Welf. & Inst. § 4710(b).
- 8. Welf. & Inst. § 4715 (a).
- 9. Welf. & Inst. § 4710.5 (a).
Click links below for a downloadable version.
Haga clic en enlaces a continuación para una versión completa descargable.
다운로드 가능한 전체 버전은 아래 링크를 클릭 하십시오.
点击下面的链接查看完整的可下载版本。
Nhấp vào liên kết dưới đây để có phiên bản tải về đầy đủ.
សូមចុចខាងក្រោមដើម្បីទទួលបានកំណែពេញលេញ។
Нажмите на ссылку ниже для полной загружаемой версии.
Mag-click sa ibaba para sa isang buong nada-download na bersyon.
Nyem Hauv qab rau ib daim ntawv uas muaj downloadable puv nkaus.
Սեղմեք ներքեւում, ամբողջական բեռնվող տարբերակի համար
انقر أدناه للحصول على نسخة كاملة قابلة للتنزيل
ダウンロード可能なバージョンについては、以下のリンクをクリックしてください。
نسخه کامل دانلود زیر کلیک کنید.