ການເຂົ້າເຖິງການດູແລທາງການແພດຢ່າງທັນເວລາ

ການເຂົ້າເຖິງການດູແລທາງການແພດຢ່າງທັນເວລາ
ກົດໝາຍລັດຄາລິຟໍເນັຍບອກວ່າ ແຜນການດູແລແບບມີການຄຸ້ມຄອງຕ້ອງຮັບປະກັນໃຫ້ທ່ານໄດ້ຮັບການເຂົ້າເຖິງການດູແລເບິ່ງແຍງສຸຂະພາບຢ່າງທ່ວງທັນເວລາ.
ກົດໝາຍລັດຄາລິຟໍເນັຍບອກວ່າ ແຜນການດູແລແບບມີການຄຸ້ມຄອງຕ້ອງຮັບປະກັນໃຫ້ທ່ານໄດ້ຮັບການເຂົ້າເຖິງການດູແລເບິ່ງແຍງສຸຂະພາບຢ່າງທ່ວງທັນເວລາ.1 ສິ່ງຕໍ່ໄປນີ້ແມ່ນາຂອບເຂດເວລາສຳລັບການໄດ້ຮັບການດູແລເບິ່ງແຍງ:
ປະເພດການນັດໝາຍ ແລະ ຂອບເຂດເວລາ
- ການນັດໝາຍທີ່ບໍ່ຮີບດ່ວນກັບທ່ານໝໍດູແລປະຈຳຂອງທ່ານພາຍໃນ 10 ວັນເຮັດວຽກນັບຈາກການຮ້ອງຂໍຂອງທ່ານ*.
- ການນັດໝາຍທີ່ບໍ່ຮີບດ່ວນກັບຜູ້ຊ່ຽວຊານໃດໜຶ່ງພາຍໃນ 15 ວັນເຮັດວຽກນັບຈາກການຮ້ອງຂໍຂອງທ່ານ*.
- ການນັດໝາຍທີ່ບໍ່ຮີບດ່ວນສຳລັບການບໍລິການປະກອບ (ເຊັ່ນວ່າ ເອັກສະເຣ ແລະອື່ນໆ) ເພື່ອບົ່ງມະຕິພະຍາດ ຫຼື ປິ່ນປົວການບາດເຈັບ, ການເຈັບປ່ວຍ ຫຼື ບັນຫາສຸຂະພາບອື່ນພາຍໃນ 15 ວັນເຮັດວຽກນັບຈາກການຮ້ອງຂໍຂອງທ່ານ.*
- ການນັດໝາຍທີ່ບໍ່ຮີບດ່ວນກັບຜູ້ໃຫ້ການດູແລສຸຂະພາບຈິດທີ່ບໍ່ແມ່ນທ່ານໝໍພາຍໃນ 10 ວັນເຮັດວຽກນັບຈາກການຮ້ອງຂໍຂອງທ່ານ*.
- ການນັດໝາຍຮີບດ່ວນທີ່ບໍ່ຈຳເປັນຕ້ອງມີການອະນຸມັດກ່ອນລ່ວງໜ້າພາຍໃນ 48 ຊົ່ວໂມງນັບຈາກການຮ້ອງຂໍຂອງທ່ານ.
- ການນັດໝາຍຮີບດ່ວນທີ່ຈຳເປັນຕ້ອງມີການອະນຸມັດກ່ອນລ່ວງໜ້າພາຍໃນ 96 ຊົ່ວໂມງນັບຈາກການຮ້ອງຂໍຂອງທ່ານ.
ເວລາລໍຖ້າທາງໂທລະສັບ
ການເຂົ້າເຖິງທາງໂທລະສັບ 24 ຊົ່ວໂມງຕໍ່ມື້ 7 ມື້ຕໍ່ອາທິດ ເພື່ອໂອ້ລົມກັບຜູ້ຊ່ຽວຊານສຸຂະພາບໃດໜຶ່ງເພື່ອຕັດສິນກຳນົດວ່າຄວາມຕ້ອງການທາງການແພດຂອງທ່ານມີຄວາມຮີບດ່ວນສໍ່າໃດ. ເວລາລໍຖ້າບໍ່ສາມາດເກີນ 30 ນາທີ.
ການໂທຫາຝ່າຍບໍລິການລູກຄ້າໃນລະຫວ່າງຊົ່ວໂມງເຮັດວຽກປົກກະຕິ. ເວລາລໍຖ້າບໍ່ສາມາດເກີນ 10 ນາທີ.
ຂໍ້ຍົກເວັ້ນ
*ການດູແລແບບປ້ອງກັນ ແລະ ການດູແລຕິດຕາມຜົນເປັນຊ່ວງໄລຍະ.
*ສາມາດຂະຫຍາຍເວລາລໍຖ້າການນັດໝາຍອອກໄປໄດ້ ຖ້າຜູ້ໃຫ້ການດູແລສຸຂະພາບຂອງທ່ານກຳນົດວ່າເວລາລໍຖ້າທີ່ດົນກວ່າຈະບໍ່ເປັນອັນຕະລາຍຕໍ່ກັບສຸຂະພາບຂອງທ່ານ.
ທ່ານໝໍດູແລປະຈຳຂອງທ່ານສາມາດສະເໜີໃຫ້ທ່ານການນັດໝາຍກັບທ່ານໝໍດູແລປະຈຳ, ຜູ້ຊ່ຽວຊານພະຍາຍານ ຫຼື ຜູ້ຊ່ວຍທ່ານໝໍປິ່ນປົວພາຍໃນມື້ດຽວກັນ ຫຼື ມື້ຕໍ່ໄປຈາກເວລາທີ່ທ່ານຮ້ອງຂໍການນັດໝາຍໃດໜຶ່ງ. ນີ້ເອີ້ນວ່າ “ການເຂົ້າເຖິງຂັ້ນສູງ”. ຖ້າທ່ານບໍ່ຕ້ອງການການນັດໝາຍນີ້, ການນັດໝາຍຂອງທ່ານຈະຖືກກຳນົດເປັນວັນທີພາຍຫຼັງ.
ຈະເປັນແນວໃດຖ້າບໍ່ມີຜູ້ໃຫ້ບໍລິການພຽງພໍໃນເຂດພື້ນທີ່ຂອງຂ້ອຍ?
ກົດໝາຍບອກວ່າຖ້າທ່ານບໍ່ສາມາດໄດ້ຮັບການນັດໝາຍຢ່າງທັນເວລາໃນເຂດພື້ນທີ່ຂອງທ່ານເນື່ອງຈາກບໍ່ມີຜູ້ໃຫ້ບໍລິການພຽງພໍ, ແຜນສຸຂະພາບຂອງທ່ານຕ້ອງຊ່ວຍທ່ານໄດ້ຮັບການນັດໝາຍກັບຜູ້ໃຫ້ບໍລິການທີ່ເໝາະສົມ.
ສິ່ງທີ່ທ່ານສາມາດເຮັດຖ້າທ່ານບໍ່ໄດ້ຮັບການເຂົ້າເຖິງຢ່າງທ່ວງທັນເວລາ:
- ຮ້ອງຮຽນຫາແຜນສຸຂະພາບຂອງທ່ານ.
- ຍື່ນຄຳຮ້ອງຮຽນໂດຍການໂທຫາສາຍຊ່ວຍເຫຼືອຕາມເບີໂທຟຣີຂອງພະແນກການດູແລແບບມີການຄຸ້ມຄອງທີ່ເບີ (888) 466-2219, TDD: (877) 688-9891 ຫຼື http://www.dmhc.ca.gov/fileacomplaint.aspx#.Vvlk6tIrKUk
- ຕິດຕໍ່ຫາ Disability Rights California ທີ່ເບີໂທຟຣີ (800) 776-5746, TTY (800) 719-5798 ຫຼື http://www.disabilityrightsca.org
- 1. ປະມວນກົດໝາຍວ່າດ້ວຍສຸຂພາບ ແລະ ຄວາມປອດໄພລັດຄາລິຟໍເນັຍ, ຂໍ້ທີ 1367.03. ຫົວບົດ 28 ປະມວນກົດລະບຽບລັດຄາລິຟໍເນັຍ, ຂໍ້ທີ 1300.67.2.2. ກົດລະບຽບຍັງລວມເອົາເວລາລໍຖ້າສຳລັບການດູແລສາຍຕາ, ແຂ້ວ ແລະ ການດູແລເບິ່ງແຍອື່ນ. ນອກນັ້ນ ໃຫ້ເບິ່ງ http://wpso.dmhc.ca.gov/regulations/docs/13CCRP.pdf.
Click links below for a downloadable version.
Haga clic en enlaces a continuación para una versión completa descargable.
다운로드 가능한 전체 버전은 아래 링크를 클릭 하십시오.
点击下面的链接查看完整的可下载版本。
Nhấp vào liên kết dưới đây để có phiên bản tải về đầy đủ.
សូមចុចខាងក្រោមដើម្បីទទួលបានកំណែពេញលេញ។
Нажмите на ссылку ниже для полной загружаемой версии.
Mag-click sa ibaba para sa isang buong nada-download na bersyon.
Nyem Hauv qab rau ib daim ntawv uas muaj downloadable puv nkaus.
Սեղմեք ներքեւում, ամբողջական բեռնվող տարբերակի համար
انقر أدناه للحصول على نسخة كاملة قابلة للتنزيل
ダウンロード可能なバージョンについては、以下のリンクをクリックしてください。
نسخه کامل دانلود زیر کلیک کنید.