Medi-Cal ຂະຫຍາຍສຳລັບຜູ້ໃຫຍ່ / MAGI ແມ່ນຫຍັງ?

Medi-Cal ຂະຫຍາຍສຳລັບຜູ້ໃຫຍ່ / MAGI ແມ່ນຫຍັງ?
ກົດໝາຍ Affordable Care Act (ACA) (ຍັງເອີ້ນວ່າ Obamacare) ໄດ້ເພີ່ມຈຳນວນຄົນຜູ້ທີ່ສາມາດໄດ້ຮັບ Medicaid (Medi-Cal ໃນລັດຄາລິຟໍເນັຍ). “Medi-Cal ຂະຫຍາຍສຳລັບຜູ້ໃຫຍ່” ຫຼື Medi-Cal ສຳລັບ “ຜູ້ໃຫຍ່ທີ່ບໍ່ມີລູກ” ແມ່ນສ່ວນໜຶ່ງຂອງສິ່ງທີ່ດຽວນີ້ເອີ້ນວ່າ “MAGI” Medi-Cal ພາຍໃຕ້ກົດໝາຍ ACA. “MAGI” Medi-Cal ໝາຍເຖິງໂຄງການ Medi-Cal ໃດໆກໍຕາມທີ່ໃຊ້ MAGI (ລາຍຮັບລວມຍອດທີ່ດັດປັບແລ້ວ) ເພື່ອຕັດສິນກຳນົດການມີສິດທາງການເງິນສຳລັບ Medi-Cal.
ກົດໝາຍ Affordable Care Act (ACA) (ຍັງເອີ້ນວ່າ Obamacare) ໄດ້ເພີ່ມຈຳນວນຄົນຜູ້ທີ່ສາມາດໄດ້ຮັບ Medicaid (Medi-Cal ໃນລັດຄາລິຟໍເນັຍ). “Medi-Cal ຂະຫຍາຍສຳລັບຜູ້ໃຫຍ່” ຫຼື Medi-Cal ສຳລັບ “ຜູ້ໃຫຍ່ທີ່ບໍ່ມີລູກ” ແມ່ນສ່ວນໜຶ່ງຂອງສິ່ງທີ່ດຽວນີ້ເອີ້ນວ່າ “MAGI” Medi-Cal ພາຍໃຕ້ກົດໝາຍ ACA. “MAGI” Medi-Cal ໝາຍເຖິງໂຄງການ Medi-Cal ໃດໆກໍຕາມທີ່ໃຊ້ MAGI (ລາຍຮັບລວມຍອດທີ່ດັດປັບແລ້ວ) ເພື່ອຕັດສິນກຳນົດການມີສິດທາງການເງິນສຳລັບ Medi-Cal.
ໃຜມີສິດໄດ້ຮັບ Adult Expansion Medi-Cal?
ທ່ານສາມາດໄດ້ຮັບ Medi-Cal ພາຍໃຕ້ໂຄງການ Adult Expansion Medi-Cal ໃໝ່ໄດ້ຖ້າ:
- ທ່ານມີອາຍຸລະຫວ່າງ 19 ຫາ 64 ປີ;
- ລາຍຮັບ MAGI ຕໍ່າກວ່າ 138% ຂອງລະດັບຄວາມທຸກຍາກຂອງລັດຖະບານກາງ (FPL);1
- ທ່ານບໍ່ຖືພາ;
- ທ່ານບໍ່ໄດ້ຮັບ Medicare;
- ທ່ານບໍ່ມີ Medi-Cal ໂດຍບໍ່ມີຄ່າຮ່ວມຈ່າຍຢູ່ແລ້ວ.
ຂ້ອຍຈະຮູ້ໄດ້ແນວໃດວ່າລາຍຮັບ MAGI ຂອງຂ້ອຍຕໍ່າກວ່າ 138%?2
ທ່ານບໍ່ຈຳເປັນຕ້ອງຄິດໄລ່ດ້ວຍຕົນເອງ. ທ່ານສາມາດຍື່ນ “ຄຳຮ້ອງສະໝັກທີ່ງ່າຍດາຍອັນດຽວ” ສຳລັບ MAGI Medi-Cal ຜ່ານ Covered California, ຫ້ອງການ Medi-Cal ປະຈຳເຂດປົກຄອງ ຫຼື ສະຖານທີ່ອື່ນຫຼາຍແຫ່ງ. ທ່ານສາມາດຍື່ນຄຳຮ້ອງສະໝັກທີ່ງ່າຍດາຍອັນດຽວທາງອອນລາຍໄດ້ໃນເວັບໄຊຂອງ Covered California. ຖ້າທ່ານຍື່ນຂໍເງິນຊ່ວຍເຫຼືອໃນເວັບໄຊ Medi-Cal ຂອງເຂດປົກຄອງ, ມັນຈະນຳທ່ານໄປຫາເວັບໄຊ Covered California ເພື່ອໃຫ້ທ່ານສາມາດສະໝັກຂໍເອົາ MAGI Medi-Cal.
ມີກົດລະບຽບກ່ຽວກັບວ່າຂ້ອຍສາມາດມີເງິນ ຫຼື ຊັບສິນຫຼາຍປານໃດ ແຕ່ຍັງໄດ້ຮັບ Medi-Cal ຂະຫຍາຍສຳລັບຜູ້ໃຫຍ່ບໍ?
ມີ, ແຕ່ພວກມັນແຕກຕ່າງຈາກ Medi-Cal ກ່ອນກົດໝາຍ ACA. Medi-Cal ກ່ອນກົດໝາຍ ACA ມີຂໍ້ຈຳກັດທີ່ເຄັ່ງຄັດຫຼາຍຕໍ່ກັບວ່າທ່ານສາມາດມີລາຍຮັບ ແລະ ຊັບສິນຫຼາຍປານໃດ. MAGI Medi-Cal ໃຊ້ວິທີທີ່ແຕກຕ່າງໃນການຄິດໄລ່ລາຍຮັບ ແລະ ອະນຸຍາດໃຫ້ບຸກຄົນໜຶ່ງມີລາຍຮັບ MAGI ສູງເຖິງ $16,242 ຕໍ່ປີ. ນັ້ນເທົ່າກັບ 138% ຂອງລະດັບຄວາມທຸກຍາກຂອງລັດຖະບານກາງ. ແນວໃດກໍຕາມ, ພາຍໃຕ້ MAGI Medi-Cal, ບໍ່ມີຂໍ້ຍົກເວັ້ນ ຫຼືການຕັດລາຍຮັບອື່ນອອກນອກຈາກການຕັດອອກສອງສາມຢ່າງທີ່ໃຊ້ເພື່ອຕັດສິນກຳນົດຈຳນວນລາຍຮັບ MAGI. ແລະ, ແຕກຕ່າງຈາກ Medi-Cal ກ່ອນກົດໝາຍ ACA ບໍ່ມີ ການກວດສອບຊັບສິນສຳລັບ MAGI Medi-Cal.3 ນີ້ໝາຍຄວາມວ່າທ່ານສາມາດມີຫຼາຍກວ່າຂີດກຳນົດດ້ານຊັບພະຍາກອນ $2,000 ຕໍ່ຄົນ/3,000 ຕໍ່ຄູ່ຜົວເມຍຂອງ Medi-Cal4 ກ່ອນ ACA.
ຈຳເປັນແນວໃດຖ້າຂ້ອຍມີຄ່າຮ່ວມຈ່າຍ Medi-Cal ໃນຕອນນີ້? ຂ້ອຍສາມາດປ່ຽນເປັນ Medi-Cal ຂະຫຍາຍສຳລັບຜູ້ໃຫຍ່ໄດ້ບໍ?
ໄດ້. ທ່ານສາມາດຕິດຕໍ່ຫາຫ້ອງການ Medi-Cal ປະຈຳເຂດປົກຄອງຂອງທ່ານ ແລະ ຮ້ອງຂໍໃຫ້ພວກເຂົາກວດເບິ່ງວ່າດຽວນີ້ທ່ານມີສິດໄດ້ຮັບ MAGI Medi-Cal ໂດຍບໍ່ມີການຮ່ວມຈ່າຍຫຼືບໍ່. ນອກນັ້ນ ເຂດປົກຄອງຈະກວດເບິ່ງວ່າທ່ານມີສິດໄດ້ຮັບ MAGI Medi-Cal ຫຼືບໍ່ ໃນເວລາເຮັດການກຳນົດການມີສິດຄືນໃໝ່ໃນທຸກໆປີສຳລັບທ່ານ. ເຂດປົກຄອງຈະໃຫ້ MAGI Medi-Cal ແກ່ທ່ານຖ້າທ່ານມີສິດໄດ້ຮັບມັນ.
ການບໍລິການຫຍັງແດ່ທີ່ຂ້ອຍສາມາດໄດ້ຮັບດ້ວຍ Medi-Cal ຂະຫຍາຍສຳລັບຜູ້ໃຫຍ່?
ທ່ານສາມາດດ້ຮັບທຸກການບໍລິການທີ່ມີໃຫ້ພາຍໃຕ້ Medi-Cal ປົກກະຕິ ເຊິ່ງລວມມີ ສະຖານພະຍາບານ, ການບໍລິການຊ່ວຍເຫຼືອຢູ່ເຮືອນ (IHSS), ແລະການບໍລິການດູແລໄລຍະຍາວອື່ນ, ໂດຍບໍ່ມີ ການກວດສອບ5 ຊັບສິນ. ນອກນັ້ນ, ທ່ານສາມາດໄດ້ຮັບການບໍລິການກ່ຽວກັບການໃຊ້ສານເສບຕິດ ແລະ ການບໍລິການສຸຂະພາບຈິດຈາກແຜນການດູແລແບບມີການຄຸ້ມຄອງຂອງ Medi-Cal ແລະ ຈາກສຸຂະພາບຈິດ/ ສຸຂະພາບ6 ພຶດຕິກຳຂອງເຂດປົກຄອງ ຖ້າທ່ານຕ້ອງການການບໍລິການຍົກເວັ້ນທີ່ອີງໃສ່ເຮືອນ ແລະ ຊຸມຊົນ (HCBS) ທ່ານສາມາດສະໝັກຂໍເອົາ Medi-Cal ກ່ອນກົດໝາຍ ACA ຜ່ານຫ້ອງການ Medi-Cal ປະຈຳເຂດປົກຄອງນັ້ນໄດ້. ທ່ານສາມາດເຮັດສິ່ງນີ້ໂດຍການປະກອບ ແບບຟອມ7 SAWS 2 Plus
ມີແຫຼ່ງຄວາມຊ່ວຍເຫຼືອໃດແດ່ຖ້າຂ້ອຍມີຄຳຖາມເພີ່ມເຕີມ?
ຢູ່ສ່ວນລຸ່ມຂອງເອກະສານນີ້, ພວກເຮົາໄດ້ສ້າງລາຍຊື່ແຫຼ່ງຄວາມຊ່ວຍເຫຼືອທາງອິນເຕີເນັດທີ່ອາດຈະເປັນປະໂຫຍດໃນການເຮັດການສຶກສາຄົ້ນຄວ້າເພີ່ມເຕີມ. ນອກນັ້ນ, ໜ່ວຍງານ Medi-Cal ໃນເຂດປົກຄອງຂອງທ່ານ, http://www.dhcs.ca.gov/services/medi-cal/Pages/CountyOffices.aspx, ແລະ Covered California, www.coveredca.com, 1-800-300-1506, ສາມາດຕອບຄຳຖາມຕ່າງໆໄດ້.
ອົງການຕໍ່ໄປນີ້ສາມາດຊ່ວຍເລື່ອງການສົ່ງເສີມສະໜັບສະໜູນໄດ້:
- Disability Rights California, www.disabilityrightsca.org, 10800-776-5746, or
- ອົງການບໍລິການທາງກົດໝາຍໃນທ້ອງຖິ່ນຂອງທ່ານ. The Health Consumer Alliance ລະບຸລາຍຊື່ຂອງອົງການເຫຼົ່ານີ້ຢູ່ http://healthconsumer.org/index.php?id=partners.
- 1. ສູນກົດໝາຍວ່າດ້ວຍພົນລະເມືອງຜູ້ສູງອາຍຸແຫ່ງຊາດໄດ້ຂຽນບົດຄວາມຫຍໍ້ກ່ຽວກັບບັນຫາທີ່ເປັນປະໂຫຍດກ່ຽວກັບການຂະຫຍາຍ Medicaid ໃນລັດຄາລິຟໍເນັຍ ເຊິ່ງກ່າວເຖິງການມີສິດດ້ານລາຍຮັບ. ເບິ່ງ http://nsclcarchives.org/wp-content/uploads/2013/11/1CA-Eligibility-Bri… “ສູດຄິດໄລ່ MAGI ບໍ່ນັບລາຍຮັບສະເພາະ ເຊິ່ງລວມມີ ເງິນຊ່ວຍເຫຼືອນັກຮົບເກົ່າ, ເງິນຄ່າລ້ຽງລູກທີ່ໄດ້ຮັບ ແລະ ທຶນການສຶກສາ, ເງິນຊ່ວຍເຫຼືອລ້າ ແລະ ລາງວັນທີ່ໃຊ້ສຳລັບຈຸດປະສົງທາງການສຶກສາ ເປັນຕົ້ນ. Medi-Cal ຂະຫຍາຍຈະອະນຸຍາດການຕັດລາຍຮັບອື່ນອອກທີ່ບໍ່ໄດ້ຮັບອະນຸຍາດພາຍໃຕ້ການຄິດໄລ່ລາຍຮັບ Medi-Cal ແບບເກົ່າ ເຊິ່ງລວມມີ ເງິນຄ່າລ້ຽງຄູ່ສົມລົດທີ່ຈ່າຍ ແລະ ເງິນປະກອບສ່ວນກ່ອນເສຍອາກອນສຳລັບລາຍຈ່າຍຕ່າງໆ ເຊັ່ນວ່າຄ່າການດູແລເດັກ ຫຼື ເງິນກະສຽນວຽກ ເປັນຕົ້ນ (ເຖິງແມ່ນວ່າ ໃນທາງກົງກັນຂ້າມ, ມັນຈະບໍ່ອະນຸຍາດການຕັດ A&D FPL ປົກກະຕິສຳລັບເບ້ຍປະກັນສຸຂະພາບ”. ສູນແຮງງານ U.C. Berkeley ມີໃບຂໍ້ມູນໜຶ່ງໜ້າທີ່ມີຄຳອະທິບາຍງ່າຍດາຍກ່ຽວກັບວິທີຄິດໄລ່ລາຍຮັບ MAGI. ມັນມີໃຫ້ທີ່ນີ້: http://laborcenter.berkeley.edu/healthcare/MAGI_summary13.pdf. “ກັບຄືນຫາເອກະສານຫຼັກ”
- 2. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ MAGI, ໃຫ້ເບິ່ງ “ປຶ້ມແນະນຳ MAGI ສຳລັບຜູ້ສົ່ງເສີມ” ຂອງໂຄງການກົດໝາຍສຸຂະພາບແຫ່ງຊາດ ທີ່ມີໃຫ້ທີ່ http://www.healthlaw.org/publications/agmagi “ກັບຄືນຫາເອກະສານຫຼັກ”
- 3. Medi-Cal ກ່ອນກົດໝາຍ ACA ຖາມເອົາຂໍ້ມູນກ່ຽວກັບຊັບສິນຂອງທ່ານ ແລະ ຖ້າທ່ານມີຫຼາຍເກີນໄປ, ທ່ານຈະບໍ່ມີສິດໄດ້ຮັບ Medi-Cal. ພາຍໃຕ້ MAGI Medi-Cal ທ່ານບໍ່ຕ້ອງເຮັດການກວດສອບຊັບສິນນີ້. “ກັບຄືນຫາເອກະສານຫຼັກ”
- 4. http://nsclcarchives.org/wp-content/uploads/2013/11/1CA-Eligibility-Bri… “ກັບຄືນຫາເອກະສານຫຼັກ”
- 5. ລັດຄາຟໍເນັຍ ໄດ້ແຈ້ງບອກເຂດປົກຄອງຕ່າງໆວ່າຜູ້ໃຫຍ່ພາຍໃຕ້ການຂະຫຍາຍ MAGI ຜູ້ທີ່ຕ້ອງການການບໍລິການໃນສະຖານພະຍາບານສາມາດໄດ້ຮັບການບໍລິການດັ່ງກ່າວພາຍໃຕ້ການມີສິດ MAGI ໂດຍບໍ່ມີການກວດສອບຊັບສິນ: http://www.dhcs.ca.gov/services/medi-cal/eligibility/Documents/MEDIL201…. ນອກນັ້ນ ລັດຄາລິຟໍເນັຍ ຍັງໄດ້ແຈ້ງບອກເຂດປົກຄອງຕ່າງໆວ່າຜູ້ໃຫຍ່ພາຍໃຕ້ການຂະຫຍາຍ MAGI ມີສິດໄດ້ຮັບການບໍລິການ LTSS ຢູ່ໃນຊຸມຊົນເຊັ່ນກັນ: http://www.dhcs.ca.gov/services/medi-cal/eligibility/Documents/MEDIL201…; ເຖິງແມ່ນວ່າບໍ່ມີການກຳນົດຄວາມພິການສຳລັບ MAGI Medi-Cal, ທ່ານຕ້ອງຕອບສະໜອງໄດ້ມາດຕະຖານຄວາມຈຳເປັນທາງການແພດສຳລັບການບໍລິການ LTSS. “ກັບຄືນຫາເອກະສານຫຼັກ”
- 6. ເບິ່ງ, http://www.dhcs.ca.gov/formsandpubs/laws/Documents/Pending%20SPA%2013-0…; http://www.dhcs.ca.gov/formsandpubs/Documents/MMCDAPLsandPolicyLetters/…. “ກັບຄືນຫາເອກະສານຫຼັກ”
- 7. http://www.cdss.ca.gov/cdssweb/entres/forms/English/SAWS2PLUS.pdf “ກັບຄືນຫາເອກະສານຫຼັກ”
Click links below for a downloadable version.
Haga clic en enlaces a continuación para una versión completa descargable.
다운로드 가능한 전체 버전은 아래 링크를 클릭 하십시오.
点击下面的链接查看完整的可下载版本。
Nhấp vào liên kết dưới đây để có phiên bản tải về đầy đủ.
សូមចុចខាងក្រោមដើម្បីទទួលបានកំណែពេញលេញ។
Нажмите на ссылку ниже для полной загружаемой версии.
Mag-click sa ibaba para sa isang buong nada-download na bersyon.
Nyem Hauv qab rau ib daim ntawv uas muaj downloadable puv nkaus.
Սեղմեք ներքեւում, ամբողջական բեռնվող տարբերակի համար
انقر أدناه للحصول على نسخة كاملة قابلة للتنزيل
ダウンロード可能なバージョンについては、以下のリンクをクリックしてください。
نسخه کامل دانلود زیر کلیک کنید.